
ນາງຟ້າແທ້ໆ ! ຖິ້ມຄວາມສະບາຍ ມາພະຈົນໄພເປັນຄູສອນ ເຂດຫ່າງໄກສອກຫຼີກ
11th November 2019ມາທີ່ເລື່ອງດີໆອີກເລື່ອງໜຶ່ງຂອງປະເທດເພື່ອນບ້ານ ສໍາລັບສາວອຸ້ມ ຄົນນີ້ ທີ່ຮຽນຈົບຕັ້ງວ່າປະລິນຍາເອກ ແຕ່ເລືອກທີ່ຈະເປັນຄູສອນ ເພື່ອທ່າຍທອດຄວາມຮູ້ໃຫ້ກັບຄົນທີ່ຢູ່ຫ່າງໄກຊອກຫຼີກ ເຂດຖຸລະກັນດານ ເປັນຄູທີ່ທັງງາມ, ປະເສີດ ແລະ ມີນໍ້າໃຈທີ່ເສຍສະຫຼະອີ່ຫຼີ.
ໂດຍອຸ້ມບອກວ່າ:ຍອມຖິ້ມຄວາມສະບາຍມາເປັນຄູສອນເດັກເທິງດອຍ ໂຮງຮຽນປ່າມຽງແມ່ພຣິກ ອໍາເພີແມ່ສວຍ ຈັງຫວັດຊຽງລາຍ ອຸ້ມໄດ້ກາຍເປັນນາງຟ້າຂອງເດັກນ້ອຍເທິງດອຍ, ເປັນທີ່ຮັກຂອງພໍ່ແມ່ປະຊາຊົນຂອງຊາວບ້ານໄປແລ້ວ ແລະ ປັດຈຸບັນກໍຍັງກໍາລັງສຶກສາລະດັບປະລິນຍາຕີອີກ
.
ແລະ ເສັ້ນທາງທີ່ໄປມາ ຕາມພາບເລີຍບໍ່ໄດ້ສະບາຍ ….
ເຖິງວ່າລະດັບການສຶກສາ ຄວາມສາມາດຂອງອຸ້ມຈະສອນໃນໂຮງຮຽນທີ່ສະດວກສະບາຍກໍໄດ້ ແຕ່ ອຸ້ມກໍຍັງຖິ້ມທຸກຢ່າງທີ່ແສນສະບາຍເພື່ອມາປະຈົນໄພ ເປັນຄູທີ່ສອນຄວາມຮູ້ໃຫເກັບເດັກນ້ອຍທີ່ຫ່າງໄກຄວາມຈະເລີນ ແລະ ເບິ່ງຄືຈະລໍາບາກອີກ…
.
ນັບວ່າເປັນແມ່ພິມຂອງຊາດທີ່ເປັນບຸກຄົນຕົ້ນແບບ ແລະ ມີແນວຄິດທີ່ດີສົມຄວນ ສໍາລັບເຫດຜົນທີ່ຄູອຸ້ມເລືອກ ແລະ ຄິດແບບນີ້ກໍຍ້ອນວ່າ ບໍ່ວ່າຈະເປັນໃຜ ອາຊີບຄູຈັ່ງເຮົາກໍຄວນສົ່ງຄວາມຮູ້ໃຫ້ກັບພວກເຂົາໄດ້ທົ່ວເຖິງ ອີກຢ່າງຄົນສ່ວນຫຼາຍອາດຄິດເຫັນແຕ່ຄວາມສະບາຍ ຢາກສອນແຕ່ບ່ອນທີ່ອໍານວຍຄວາມສະດວກ ຈົນລືມວ່າຍັງມີເດັກນ້ອຍອີກຫຼາຍໆຄົນທີ່ເປັນອານາຄົດຂອງຊາດເຊັ່ນກັນ ກໍຢາກສຶກສາຮໍ່າຮຽນ, ຢາກມີໂອກາດຮຽນຮູ້ຄືກັນກັບເດັກຄົນອື່ນໆ…
.
ຄວາມສຸກຂອງຄູອຸ້ມ ກໍຄືຮອຍຍິ້ມຂອງນັກຮຽນ ທີ່ເຮັດໃຫ້ເຮົາມີຄວາມສຸກ ແລະ ຍິ້ມໄດ້ໄປກັບເຂົາ.
.