
ລັດຖະມົນຕີກະຊວງສາທາລະນະສຸກ ລົງຕິດຕາມການກະກຽມຄວາມພ້ອມຂອງຕຶກແຍກດ່ຽວໂຮງໝໍມິດຕະພາບ 150
8th February 2020ລັດຖະມົນຕີກະຊວງສາທາລະນະສຸກພ້ອມດ້ວຍຄະນະລົງຕິດຕາມກວດກາການກະກຽມຄວາມພ້ອມຂອງຕຶກແຍກດ່ຽວໂຮງໝໍມິດຕະພາບ 150 ຕຽງໃນການຮັບມືກໍລະນີມີຜູ້ຕິດເຊື້ອພະຍາດອັກເສບປອດ ຫຼື ໂຄໂຣນາໄວຣັດສາຍພັນໃໝ່ ໃນວັນທີ 6 ກຸມພາ 2020 ທີ່ໂຮງໝໍມິດຕະພາບ 150 ຕຽງ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ດຣ ສະໜອງ ທອງຊະນະ ຜູ້ອໍານວຍການໃຫຍ່ໂຮງໝໍມິດຕະພາບ 150 ຕຽງພ້ອມດ້ວຍຄະນະໜ່ວຍງານແພດໝໍ ແລະ ສື່ມວນຊົນເຂົ້າຮ່ວມ.
ດຣ ສະໜອງ ທອງຊະນະ ຜູ້ອໍານວຍການໃຫຍ່ໂຮງໝໍມິດຕະພາບ 150 ຕຽງ ໄດ້ໃຫ້ສໍາພາດວ່າ: ສໍາລັບການກະກຽມສະຖານທີ່ເພື່ອຮອງຮັບຄົນເຈັບໃນກໍລະນີມີຜູ້ຕິດເຊື້ອພະຍາດອັກເສບປອດ ຫຼື ໂຄໂຣນາໄວຣັດສາຍພັນໃໝ່ 2019, ປັດຈຸບັນແມ່ນມີທັງໝົດ 10 ຫ້ອງທີ່ສາມາດຕິດຕາມເຝົ້າລະວັງຄົນເຈັບທີ່ສົງໄສຕິດເຊື້ອພະຍາດດັ່ງກ່າວ ພາຍຫຼັງໄດ້ສະຫຼຸບຜົນກວດແລ້ວຖ້າຫາກບໍ່ມີອາການຕິດເຊື້ອ ຫຼື ເຈັບເປັນຮຸນແຮງກໍ່ຈະໃຫ້ຄົນເຈັບກັບຄືນເມືອຕິດຕາມອາການຢູ່ບ້ານເຮືອນຂອງເຂົາເຈົ້າ.
ດຣ ສະໜອງ ທອງຊະນະ ຜູ້ອໍານວຍການໃຫຍ່ໂຮງໝໍມິດຕະພາບ 150 ຕຽງ ໄດ້ໃຫ້ສໍາພາດຕື່ມວ່າ: ໃນຂອດປະສານງານທາງໂຮງໝໍແມ່ນໄດ້ປະສານສົມທົບກັບກະຊວງສາທາລະນະສຸກເປັນຫຼັກ ໂດຍສະເພາະ ກົມຄວບຄຸມພະຍາດຕິດຕໍ່, ກົມປິ່ນປົວພາຍໃຕ້ການຊີ້ນໍາຂອງກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ ພ້ອມທັງຮ່ວມມືກັບອົງການອະນາໄມໂລກ ເພື່ອເຝົ້າລະວັງຕິດຕາມການເຄື່ອນໄຫວຂອງພະຍາດກໍຄືຊຸມຊົນທີ່ເດີນທາງໄປ-ມາ. ປັດຈຸບັນ, ຄົນເຈັບທີ່ສົງໄສວ່າອາດຕິດເຊື້ອພະຍາດດັ່ງກ່າວມີທັງໝົດ 12 ກໍລະນີ ເຊິ່ງປັດຈຸບັນ, ທາງໂຮງໝໍໄດ້ມີການຕິດຕາມກວດກາ ແລະ ເຝົ້າລະວັງຢ່າງໃກ້ຊິດ.
ຂ່າວ: ບັນລັງທອງ