
ງົດງາມສະກົດທຸກສາຍຕາ ນາງສາວລາວ 2018 ມິມີ່ ສຸດທິດາ
11th November 2019ເປັນອີກໜຶ່ງສາວງາມ ທີ່ສ້າງຄວາມປະທັບໃຈຕັ້ງແຕ່ເລີ່ມແລກເຫັນ ສຳລັບ ສາວ ມິມີ່ ສຸດທິດາ ອະນຸສິນ ດີກຣີ ນາງສາວລາວ ປີ 2018. ບໍ່ວ່າຈະປະກົດຕົວໃນລຸກແບບໃດ ກໍ່ງົດງາມ, ອ່ອນຫວານ ສົມເປັນກຸນລະສະຕີນາງງາມລາວແທ້ໆ ແລະ ນັບມື້ນັບງາມຍິ່ງໆຂຶ້ນ.
ສຸດທິດາ ອະນຸສິນ ໄດ້ປະກົດກາຍອີກຄັ້ງໃນຊຸດຍາວ ສີຟ້າ ສວຍງາມ ເໜືອນດັ່ງເຈົ້າຍິງ ໃນເທບນິຍາຍ ໂດຍໄດ້ສວມໃສ່ຊຸດຈາກຫ້ອງເສື້ອ Bride Wholesale ມາອວດໂສມງາມໃຫ້ແຟນນາງງາມໄດ້ຊື່ນຊົມ.