
ນາຍົກລັດຖະມົນຕີ ເນັ້ນຊຸກຍູ້ສົ່ງເສີມປະຊາຊົນເມືອງສັງທອງ
8th February 2020ນາຍົກລັດຖະມົນຕີ ເນັ້ນຫນັກໃຫ້ອົງການປົກຄອງເມືອງສັງທອງ ນະຄອນຫລວງວຽງຈັນ ສືບຕໍ່ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນພາຍໃນເມືອງ ຜະລິດກະສິກໍາເປັນສີນຄ້າໃຫ້ຫລາຍຂື້ນ ເພາະສັງທອງເປັນເມືອງຫນື່ງທີ່ມີທ່າແຮງໃນດ້ານນີ້ ແນ່ໃສ່ເຮັດໃຫ້ປະຊາຊົນພາຍໃນເມືອງ ມີຫລາຍຮັບເຂົ້າສູ່ຄອບຄົວນັບມື້ເພີ່ມຂື້ນ.
ໃນໂອກາດເຄືອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງສັງທອງໃນວັນທີ 7 ມັງກອນ 2020 ຂອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີໃຫ້ກຽດໂອ້ລົມ ຕໍ່ຄະນະພັກ-ຄະນະນໍາ,ສະມາຊິກພັກ,ພະນັກງານ ພາຍໃນອົງການປົກຄອງເມືອງສັງທອງວ່າ:
ສັງທອງເປັນເມືອງຫນື່ງຂອງນະຄອນຫລວງວຽງຈັນ ທີ່ມີທ່າແຮງດ້ານການຜະລິດກະສິ ດັ່ງນັ່ນ ອົງການປົກຄອງເມືອງ ຕ້ອງຈັດສັນເນື້ອທີ່ດີນຜະລິດກະສິກໍາ ໃຫ້ເປັນແຜນງານລະອຽດວ່າຈະກໍານົດເອົາຈຸດໃດ ໃຫ້ປະຊາຊົນປູກເຂົ້າ,ພືດຊະນິດຕ່າງໆ ແລະ ໄວ້ສະເພາະການລ້ຽງສັດ ພ້ອມທັງຄົ້ນຄວ້າ ຊອກຫາແຫລ່ງທືນ ເພື່ອຈັດຊື້ອຸປະກອນທີ່ທັນສະໄຫມເພື່ອນໍາໃຊ້ເຂົ້າໃນການປູກ,ການລ້ຽງໃຫ້ປະ ຊາຊົນ ເພືອຍົກສູງສະມັດຕະພາບການຜະລິດໃຫ້ຫລາຍຂຶ້ນ ເພື່ອຄໍ້າປະກັນທາງດ້ານສະບຽງອາຫານພາຍໃນເມືອງ ແລະ ເປັນສີນຄ້າສົ່ງອອກ ແນ່ໃສ່ສ້າງລາຍຮັບເພີ່ມໃຫ້ປະຊາຊົນ.
ສໍາລັບການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງສັງທອງ ຂອງທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຄັ້ງນີ້ ໄດ້ຢ້ຽມຢາມກຸ່ມບ້ານຫັດຖະກໍາໄມ້ປ່ອງ ບ້ານນາປໍ,ພົບປະໂອ້ລົມ ອົງການປົກຄອງ ແລະ ປະຊາຊົນບ້ານຊໍ້,ຢ້ຽມຢາມຝາຍນໍ້າລົ້ນ ຢູ່ບ້ານຫີນສີ່ວ ຟາມລ້ຽງເຕົ່າ 5 A,ໂຄງການປູກຢາງພາລາ,ສວນປູກຫມາກແຕງແຄນຕາລຸບ ຂອງນັກລົງທຶນພາຍໃນ,ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ຈາກເຈົ້າເມືອງສັງທອງ ,ຢ້ຽມຢາມຟາມລ້ຽງງົວພັນນີວຊີແລນ ແລະ ພື້ນຖານການຜະລິດກະສິກໍາຂອງເມືອງສັງທອງຈໍານວນຫນື່ງ.
ຂ່າວ,ພາບ: ເດດອາລຸນ ແກ້ວວິໄລວົງ