
ວິທີປ້ອງກັນຕົນເອງໃຫ້ລອດຈາກໄວຣັດໂຄໂຣນາສາຍພັນໃໝ່
27th January 20201 ຫຼີກລ້ຽງການເດີນທາງໄປປະເທດທີ່ມີການລະບາດຢູ່
2 ຫຼີກລຽງການສໍາຜັດສັດ ຫຼື ສິນຄ້າຈາກສັດ ເພາະການພົບຜູ້ຕິດເຊື້ອກຸ່ມທໍາອິດແມ່ນມາຈາກສັດສູ່ຄົນ ທີ່ຕະຫຼາດຄ້າອາຫານທະເລ ແລະ ຄ້າສັດທີ່ເມືອງ ອູ່ຮັ່ນປະເທດຈີນ
3 ບໍ່ຄວນຢູ່ໃນສະຖານທີ່ແອອັດ
4 ບໍ່ຢູ່ໃກ້ຄົນທີ່ມີອາການທາງເດີນຫາຍໃຈ ຫຼື ການເປັນຫວັດ
5 ຫາກກັບມາຈາກພື້ນທີ່ສ່ຽງ ຖ້າເລີ່ມມີອາການ ໄຂ້ ໄອ ຈາມ ມີຂີ້ມູກ ຫຼາຍໃຈລໍາບາກ ໃຫ້ຟ້າວໄປຫາແພດໝໍ ແລະ ແຈ້ງປະຫວັດການເດີນທາງ
6 ໂທແຈ້ງສຸກເສີນໝາຍເລກ 166
7 ຢູ່ຫ່າງຈາກຄົນທີ່ໄອ ແລະ ຈາມ 180 ຊັງຕີແມັດ ເພື່ອໃຫ້ພົ້ນຈາກນໍ້າລາຍ ຫຼື ຂີ້ມູກທີ່ກະຈາຍອອກມາ.
8 ລ້າງມືດ້ວຍນໍ້າສະອາດ ແລະ ນສະບູ່ ຢ່າງໜ້ອຍ 20 ວິນາທີ ຫຼື ໃຊ້ເຈວລ້າງມື ຫຼື ແອວກໍຮໍ
9 ກິນຮ້ອນ ຊ້ອນກາງ ອາຫານປຸງສຸກ ພັກຜ່ອນໃຫ້ພຽງພໍ
10 ສໍາຄັນຄືຕ້ອງສວມໃສໜ້າກາກອານາໄມໄວ້ກ່ອນ.
ທີ່ຕ້ອງເນັ້ນເບິ່ງແຍງຕົນເອງແບບນີ້ ເພາະໄວລັດໂຄໂລນາ ເຄີຍແຜ່ເຊື້ອມາແລ້ວ ໃນປີ
2545-2546 ໄວລັດໂຄໂລນາ ຊາສ ທີ່ຂ້າມສະປີຊີສຈາກຄ້າງຄາວ ຫຼື ໂຕເຈຍ ຜ່ານໂຕພັງພອນ ມາຕິດໃສ່ຄົນ ເລີ່ມລະບາດຈາກປະເທດຈີນໄປທົ່ວໂລກ ມີຜູ້ຕິດເຊື້ອ 8000 ກວ່າຄົນ, ເສີຍຊີວິດ 10%
ໃນປີ 2555-2557 ໄວລັດໂຄໂລນ່າ ເມີສ ຂ້າມສະປີສ ຈາກໂຕເຈຍ ຜ່ານ ອາເມລິກາມາຕິດໃສ່ຄົນ ເລີ່ມຈາກຜູ້ປ່ວຍປະເທດ ຊາອຸດີອາລະເບຍ ມີຜູ້ຕິດເຊື້ອລວມ 1,733 ຄົນ ເສຍຊີວິດ 36%
ທີ່ຮູ້ມານັ້ນບໍ່ທໍາມະດາເລີຍ ແລະ ເຮົາຄວນມີວິທີປ້ອງກັນຕົນເອງດີກວ່າ ເພື່ອຫຼຸດອາການສ່ຽງຕໍ່ອັນຕະລາຍ ແລະ ການແຜ່ເຊື້ອຂອງພະຍາດດັ່ງກ່າວ ສ່ວນໃຜທີ່ວ່າໂຄໂຣນ່າສາຍັນໃໝ່ ເປັນພຽງໄຂ້ຫວັດທໍາມະດາກໍສ່າງເຂົາ ເຮົາຕ້ອງເບິ່ງແຍງຕົນເອງໃຫ້ດີກ່ອນ.