
ໄປສູ່ສະຫວັນຊັ້ນຟ້າເດີ້ ແອັບເປິ້ນ ສຸດາລັດ ຄູນມາລາ ພິທີກອນລາຍການ 7 ວັນຫັນສາ
22nd January 2020ເປັນເລື່ອງເສົ້າໆ ໃນວົງການບັນເທີງບ້ານເຮົາອີກໜຶ່ງເລື່ອງ ກັບການສູນເສຍບຸກຄົນທີ່ມີຄວາມສາມາດຢ່າງ ພິທີກອນສາວ ແອັບເປິ້ນ ສຸດາລັດ ຄູນມາລາ ພິທີກອນລາຍການ 7 ວັນຫັນສາທີ່ຫຼາຍໆຄົນຮູ້ຈັກກັນດີ
.
ຂໍສະແດງຄວາມເສຍໃຈນໍາເດີ້ ກັບຄອບຄົວ, ແຟນຄັບຂອງ ສາວ ແອັບເປິ້ນ ຊີ້ ທີ່ໄດ້ຈາກໄປໃນຄືນວັນທີ 21 ມັງກອນ 2020 ຜ່ານມາ
.
ເຊິ່ງກໍມີບາງຄົນ ຊ່າລືວ່າ ສາເຫດການຈາກໄປແມ່ນຍ້ອນ ການໄປສະປາຜິວ ແລະ ຕິດເຊື້ອໃນກະແສເລືອດ ແຕ່ຄວາມຈິງແລ້ວ ຈາກການເປີດເຜີຍເທິງເຟສບຸກ ຂອງ Piw Khounmala ຊຶ່ງເປັນນ້ອງສາວຂອງເປິ້ນ ໄດ້ໂພດເຖິງ ສາເຫດການຈາກໄປຂອງ ເອື້ອຍລາວວ່າ:
ເອື້ອຍຂ້ອຍບໍ່ໄດ້ເສຍຊີວິດຍ້ອນໄປສະປາຜິວເດີ້
ລາວເສຍຊີວິດດ້ວຍໂລກປະຈຳຕົວຂອງລາວ ລາວເປັນຫອບຫຶດແຕ່ນ້ອຍມັກເມື່ອຍຫາຍໃຈຍາກ ແລະ ຫລັງໆມີອາການຫົວໃຈຝິວມັກແຫນ້ນຫນ້າເອັກຫາຍໃຈຍາກ ເປັນເທື່ອໃດລາວຈະມີອາການຫນ້າຊືດ, ມືຊືດໂຕແຂງ, ຫາຍໃຈລຳບາກຂ້ອຍເຫັນແລ້ວກາອີ່ຕົນລາວເພາະລາວເມື່ອຍຫລາຍແຕ່ກາໄປຫາຫນໍກວດກິນຍາປົກກະຕິ ແຕ່ມື້ວານນີ້ອາການອາການເກົ່າຂອງລາວເລີ່ມເປັນຫນັກຮູ້ສຶກຈຸກ ແລະ ຫາຍໃຈບໍ່ອອກ ລາວທົນຄວາມເຈັບປວດບໍ່ໄຫວ ແລະ ໄດ້ຈາກຄອບຄົວຂອງຂ້ອຍໄປ ຢາກໃຫ້ທຸກຄົນບໍ່ຮູ້ເລື່ອງຢ່າໄປໂພດໄປເເຊ
ສາວແອັບເປິນລວມອາຍຸໄດ້ 28 ປີ , ມື້ສົງສະການວັນທີ 23 ມັງກອນ 2020 ເວລາ 13:00 ໂມງ ທີ່ວັດສະຫວ່າງ, ເມືອງ ຈັນທະບູລີ; ວັນທີ 25 ຫ້າງຫາກະກຽມ ແລະ ວັນທີ 26 ເປັນມື້ທະຫວາຍສັງກະທານ, ໃສບາດພະ 9 ອົງ…
.