
ທ່ານ ຣິຊາດ ພາກເກີ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ຂອງອົງການ USAID ລົງພື້ນຖານພົບປະກັບປະຊາຊົນໃນບ້ານຊາຍນາດູ
18th January 2020ໃນຂະນະເດີນທາງຢ້ຽມຢາມແຂວງຊຽງຂວາງ, ທ່ານ ຣິຊາດ ພາກເກີ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ຂອງອົງການ USAID ຊີ້ນຳທາງດ້ານນະໂຍບາຍ ແລະ ຂໍ້ມູນຂ່າວສານ ໄດ້ລົງພື້ນຖານພົບປະກັບປະຊາຊົນໃນບ້ານຊາຍນາດູ ເມືອງຄຳ
ເຊິ່ງແມ່ນບ້ານເປົ້າໝາຍທີ່ໂຄງການໂອກາດຂອງພວກເຮົາກຳລັງເຮັດວຽກຮ່ວມກັບລັດຖະບານລາວເພື່ອຊ່ວຍເຫຼືອຄົນທີ່ມີຄວາມພິການຢູ່.
ໂຄງການໂອກາດແມ່ນກຳລັງເຮັດວຽກເພື່ອໃຫ້ຜູ້ທີ່ມີຄວາມພິການໄດ້ຮັບການບໍລິການທາງສຸຂະພາບທີ່ມີຄຸນະພາບ ແລະ ໂອກາດໃນການທີ່ຈະໄດ້ມີວຽກເຮັດງານທຳທີ່ເໝາະສົມເພື່ອໃຫ້ພວກເຂົາມີຊີວິດການເປັນຢູ່ທີ່ດີຂຶ້ນ.
ນອກຈາກນັ້ນໂຄງການຍັງໄດ້ເປີດໂອກາດໃຫ້ຜູ້ທີ່ມີຄວາມພິການໄດ້ສາມາດມີສ່ວນຮວມໃນການປັບປຸງ ແລະຈັດຕັ້ງປະຕິບັດບັນດານະໂຍບາຍທີ່ກ່ຽວຂ້ອງກັບຄົນທີ່ມີຄວາມພິການ.
.
.