
ສາວງາມຈາກລາວ ໄດ້ຮອງອັນດັບ 1 ແລະ ລາງວັນຍິ້ມງາມຈາກເວທີປະກວດນາງສາວມົ້ງນາໆຊາດ ທີ່ປະເທດໄທ
14th January 2020ຍິນດີນໍາ ສາວມົ້ງລາວ ປ່າຢອງ ເຮີ່ຫວ່າງຕົ໋ວ ຈາກແຂວງ ໄຊສົມບູນ ທີ່ໄດ້ໄປປະກວດໃນເວທີ ເພື່ອນບ້ານ ແລະ ສາມາດຄວ້າລາງວັນເຖິງ 2 ລາງວັນມາຝາກຄົນລາວ
.
ນາງສາວ ປ່າຢອງ ເຮີ່ຫວ່າງຕົ໋ວ ໄດ້ລາງວັນ 2 ຕຳແໜ່ງ ຄື ຮອງອັນດັບທີ່1 ນາງສາວມົ້ງນາໆຊາດ ແລະ ນາງສາວມົ້ງຍີ້ມງາມທີ່ສຸດ ເທີງເວທີປະກວດ ນາງສາວມົ້ງນາໆຊາດ ທີ່ ຈັງຫວັດ ຊຽງໃໝ່ ປະເທດໄທ 2020 ຮອບຕັດສິນວັນທີ 11 ມັງກອນ 2020 ຜ່ານມາ.
.
ປ່າຢອງ ເຮີ່ຫວ່າງຕົ໋ວ ອາຍຸ 20 ປີ ສູງ 158 ຊັງຕີແມັດ, ຮຽນຢູ່ ສະຖາບັນການເງິນປີ 2, ຢູ່ບ້ານ ຜາງົບ ເມືອງ ອານຸວົງ ແຂວງ ໄຊສົມບູນ
.
.