
ເຂດນະຄອນພະນົມ, ຝັ່ງປະເທດໄທ ນ້ຳຂອງຫຼຸດລົງເຫຼືອບໍ່ເຖິງ 1.50 ແມັດ
7th January 2020ນັບວ່າລະດູແລ້ງປີນີ້ແມ່ນໍ້າຂອງໃນຫຼາຍພື້ນທີ່ມີປະລິມານຫຼຸດລົງຢ່າງໜ້າເປັນຫ່ວງ ບາງຈຸດກໍແຫ້ງຈົນເຫັນຫາດຊາຍ, ເຊິ່ງກະທົບຕໍ່ຊາວປະມົງ, ນັກທຸລະກິດເຮືອແພຕ່າງໆ, ຊາງກະຊິກອນ, ພໍ່ແມ່ປະຊາຊົນ,
.
ແລະ ຫຼ້າສຸດ ແຫຼ່ງຂ່າວນະຄອນພະນົມລາຍງານວ່າ: ຜົນກະທົບຈາກໄພແລ້ງ ເຮັດໃຫ້ລະດັບນໍ້າຂອງຫຼຸດລົງຢ່າງຕໍ່ເນື່ອງ ໃນເຂດຕົວເມືອງນະຄອນພະນົມ ລະດັບນ້ຳແທກໄດ້ປະມານ 1.50 ແມັດ ເຮັດໃຫ້ເກີດເປັນຫາດຊາຍກາງດອນເປັນບໍລິເວນກວ້າງ ຕາມພາບທີ່ເຫັນເລີຍ,
.
ນອກຈາກນັ້ນ ແຫຼ່ງຂ່າວນະຄອນພະນົມລາຍງານອີກວ່າ ປີນີ້ລະດັບນ້ຳແຫ້ງໜັກສຸດໃນຮອບເກືອບ 100 ປິ ສາເຫດຈາກຜົນກະທົບປະລິມານນ້ຳຝົນສະສົມຕ່ຳກວ່າທຸກປີ.
.
.
.
.