
ກົດ 5 ຈຸດຫຼຸດອຸບັດຕິເຫດ ຈາກອາການຫຼັບໃນ ຄົນທີ່ຂັບລົດຄວນຮູ້ໄວ້
3rd January 2020ໃນໄລຍະນີ້ມີການເດີນທາງຫຼາຍ ຄວາມສ່ຽງຫຼັບໃນມີສູງເນື່ອງຈາກອິດເມື່ອຍຈາກການຂັບລົດໄກ ລວມເຖິງຄວາມອິດເມື່ອຍຈາກໜ້າທີ່ວຽກງານ ສະນັ້ນ ເພື່ອເປັນການປ້ອງກັນອຸບັນຕິເຫດທີ່ອາດເກີດຂຶ້ນອັນເກີດຈາກການນອນລະຫວ່າງຂັບລົດ ມື້ນີ້ແອັດມິບຊຸບຊິບບັນເທີງ ເອົາກົດ 5 ຈຸດນີ້ມາຝາກ ເພື່ອຊ່ວຍທ່ານໃຫ້ສົດຊື່ນໄດ້.
ຕາມການແພດແຜນຈີນການກົດຕາມຈຸດຕ່າງໆຂອງຮ່າງກາຍນັ້ນຈະຊ່ວຍໃຫ້ເຮົາສົດຊື່ນຂຶ້ນ ແລະຊ່ວງຈາກການເຫງົານອນເໝາະສຳລັບຜູ້ທີ່ຂັບລົດທາງໄກທີ່ຕ້ອງຮູ້
ສຳລັບກົດ 5 ຈຸດນັ້ນໃຫ້ທ່ານກົດບີບຕາມຈຸດຕ່າງໆຈຸດລະ 5-10 ຄັ້ງດັ່ງຕໍ່ໄປນີ້
1 ໃຊ້ນີ້ວຊີ້ກົດຈຸດເຄິ່ງກາງລະຫວ່າງຄີ້ວທັງສອງຂ້າງໄວ້ 30 ວິນາທີ
2 ໃຊ້ນີ້ວຊີ້ກົດລະຫວ່າງກ້ອງດັງຄ້າງໄວ້ 30 ວິນາທີ ຈຸດນີ້ສຳຄັນສຸດສາມາດໃຊ້ປຸກຄົນທີ່ໝົດສະຕິໃຫ້ຟື້ນຄືນໄດ້
3 ໃຊ້ນີ້ວມືຄືງຫາງຕາລະຫວ່າງຕາທັງສອງເບື້ອງ
4 ໃຊ້ນີ້ວໂປ້ທັງສອງມືກົດບໍລິເວນງ່ອນດົ້ນທັງສອງຂ້າງ
5 ໃຊ້ນີ້ວມືທັງ 4 ນີ້ວທີ່ຢູ່ຕິດກັນລະຫວ່າງນີ້ຊີ້, ນີ້ວກາງ, ນີ້ວນາງ ແລະນີ້ວກ້ອຍຂອງມືຂ້າງຂວາໜວດເບົາໆບ່າກ້ຳຊ້າຍ ແລະເຮັດສະຫຼັບກັນໄປມາສອງຂ້າງ
5 ວິທີແບບນີ້ບໍ່ຫຼາຍກໍ່ໜ້ອຍສາມາດຊ່ວຍທ່ານໃຫ້ຫຼຸດອາຫານເຫງົານອນອັນຈະກ້າວໄປເຖິງອາການຫຼັບໃນທີ່ສ່ຽງຕໍ່ການເກີດອຸບັດຕິເຫດລະຫວ່າງເດີນທາງໄດ້ ນອກຈາກນີ້ໂຊເຟີລົດຕ້ອງເບິ່ງແຍງຮັກສາສຸຂະພາບຂອງຕົນເອງໃຫ້ດີ ຖ້າຫາກຈະອອກເດີນທາງໄກຕ້ອງພັກຜ່ອນໃຫ້ພຽງພໍ ແລະເຄົາລົບຕໍ່ກົດລະບຽບຈະລາຈອນ ໃຫ້ກຽດເພື່ອນພີ່ນ້ອງທີ່ຮ່ວມໃຊ້ລົດໃຊ້ຖະໜົນນຳກັນ ຄ່ອຍໄປຄ່ອຍມາ ແລະຂໍໃຫ້ທ່ານໄປເຖິງເປົ້າໝາຍປາຍທາງກັບມາຮອດບ້ານຮອດຖິ່ງຢ່າງປອດໄພຕະຫຼອດປີໃໝ່.
ຈາກ: ຊຸບຊິບບັນເທີງ