
ທະນາຄານການຄ້າ ແຈ້ງຢຸດບໍລິການຊົ່ວຄາວ ເລີ່ມ 31 ທັນວາ
27th December 2019ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ) ຂໍຖືເປັນກຽດຢ່າງສູງແຈ້ງມາຍັງບັນດາທ່ານຊາບວ່າ: ທຄຕລ ສຳນັກງານໃຫຍ່, ສາຂາ ແລະ ໜ່ວຍບໍລິການຕ່າງໆໃນຂອບເຂດທົ່ວປະເທດ ຈະປິດບໍລິການຊົ່ວຄາວ ເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເພື່ອສະຫຼຸບບັນຊີປະຈຳ 2019
ຈະປິດບໍລິການ ໃນວັນອັງຄານ-ວັນພຸດ, ວັນທີ 31ທັນວາ 2019 – 01ມັງກອນ 2020 ເພື່ອສະຫຼຸບບັນຊີທ້າຍປີ 2019. ເຊິ່ງທະນາຄານ ຂອງພວກເຮົາຈະເປີດໃຫ້ບໍລິການເປັນປົກກະຕິອີກໃນວັນພະຫັດ, ວັນທີ 2 ມັງກອນ 2020.
ສຳລັບຫ້ອງແລກປ່ຽນຕ່າງໆ ແມ່ນຈະເປີດໃຫ້ບໍລິການເປັນປົກກະຕິ (ຍົກເວັ້ນຫ້ອງແລກປ່ຽນເຈົ້າອານຸວົງ).