
ດີໃຈນຳ! ບໍລິສັດ SMC ຈໍາກັດ ຊ່ວຍເຫຼືອລົດຈັກ 5 ຄັນ ໃຫ້ຫ້ອງວ່າການແຂວງຫຼວງນໍ້າທາ
25th December 2019ໃນວັນທີ 24 ທັນວາ 2019 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ, ບໍລິສັດ SMC ຈໍາກັດ ໄດ້ມອບລົດຈັກ ຍີຫໍ້ ຕາວລຸຍ ຈໍານວນ 5 ຄັນ ມູນຄ່າ 30 ລ້ານກີບ, ກ່າວມອບຂອງທ່ານ ຄໍາໄຊ ຈີນດາ ຜູ້ອຳນວຍການບໍລິສັດ SMC ຈໍາກັດ, ຮັບໂດຍທ່ານ ຄໍາເພັດ ຈັນທະວົງ ຮອງຫົວໜ້າຫ້ອງວ່າການແຂວງ ພ້ອມດວ້ຍຄະນະ, ໂດຍຊ່ອງໜ້າພະນັກງານວິຊາການທັງສອງຝ່າຍເຂົ້າເປັນສັກຂີພິຍານ.
*
ທ່ານ ຄໍາເພັດ ຈັນທະວົງ ຮອງຫົວໜ້າຫ້ອງວ່າການແຂວງ ໃຫ້ຮູ້ວ່າ: ຈຸດປະສົງຂອງການຊວ່ຍເຫຼືອແມ່ນຍ້ອນຄວາມຫຍຸ້ງຍາກຂາດເຂີນທາງດ້ານພາຫະນະຮັບໃຊ້ເຂົ້າໃນໜ້າທີ່ວຽກງານ ແລະ ຈະນໍາເອົາລົດດັ່ງກ່າວໄປມູນໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ເກີດປະໂຫຍດສູງສຸດ.