
2 ຊີວິດໂຊກຮ້າຍ! ຖືກລົດສິບລໍ້ຕຳເສຍຊີວິດຄາທີ່ ຢູ່ ເມືອງສີໂຄດຕະບອງ
20th December 2019ອຸບັດຕິເຫດ ເປັນເຫດສຸກເສີນ ເຊິ່ງບໍ່ມີໃຜສາມາດຄາດເດົາ ແລະ ຄາດການໄວ້ລ່ວງໜ້າວ່າ ມັນຈະເກີດຫຍັງຂຶ້ນແດ່. ສະນັ້ນ, ຜູ້ຂັບຂີ່ ແລະ ຜູ້ໃຊ້ລົດໃຊ້ຖະໜົນທັງຫຼາຍ ຄວນມີສະຕິລະມັດລະວັງຕົວຕະຫຼອດເວລາ ໃນການນໍາໃຊ້ຍານພາຫະນະ ເພື່ອຫຼີກລ່ຽງອຸບັດຕິເຫດທີ່ອາດຈະເກີດຂຶ້ນກັບຕົວທ່ານ. ຫຼ້າສຸດ, ເກີດເຫດການເສົ້າສະຫຼົດ ທີ່ເມືອງສີໂຄດຕະບອງ ມີລົດສິບລໍ້ ຕຳກັບລົດຈັກ 2 ແມ່ລູກ ໂຊກຮ້າຍເສຍຊີວິດຄາທີ່.
ອີງຕາມການລາຍງານຂອງໜ່ວຍກູ້ຊີບ-ກູ້ໄພນະຄອນຫຼວງ1624 ໃນວັນທີ 20/12/2019 ເວລາ17:03ນາທີ ໄດ້ຮັບແຈ້ງເຫດເຂົ້າໜາຍເລກສຸກເສີນ1624 ວ່າມີອຸບັດຕິເຫດລົດສີບລໍ້ຕຳກັບລົດຈັກຢູ່ບ້ານ ໃໝ່ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ.
ດັ່ງນັ້ນ, ໜ່ວຍກູ້ຊີບ-ກູ້ໄພນະຄອນຫຼວງ1624ຈື່ງໄດ້ອອກກວດຊອບເຫດພົບຜູ້ເສຍຊີວິດຄາທີ່ເປັນສອງແມ່ລູກ. ຈາກນັ້ນ, ໜ່ວຍກູ້ໄພ 1624 ຈື່ງໄດ້ມ້ຽນຄາບສົບມອບໃຫ້ຍາດພີ່ນ້ອງໄປເຮັດພິທິຕາມທາງສາດສະໜາຕໍ່ໄປ.
ຂໍສະແດງຄວາມເສຍໃຈນຳຄອບຄົວ ແລະ ພີ່ນ້ອງຂອງຜູ້ເສຍຊີວິດດ້ວຍ