
ຫຼາຍໄປດົນ ພໍ້ອີກເທື່ອ ທີ່ວັງວຽງລາວ ສາວ ມິລ້າ Kamikaze ນັກຮ້ອງໄທເພງ “ຢາກເກີດມາເປັນຜູ້ຊາຍ”
20th December 2019ຍ້ອນໄປຍຸກສະໄໝ ທີ່ແອັດເປັນສາວມ ຕົ້ນ ມ ປາຍ 10 ປາຍ ປີຄືນຫຼັງ ຫຼາຍໆຄົນໄວລຸ້ນຍຸກນັ້ນຄົງຈະຈື່ໄດ້ດີວົງນັກຮ້ອງໄວລຸ້ນທີ່ມີຊື່ສຽງໂດ່ງດັງສຸດໆ ກໍຄືຄ້າຍ ກາມິກາເຊ້ Kamikaze ທີ່ລວມສິນລະປິນນ້ອຍ ໄວລຸ້ນຢູ່ນັ້ນ ຫຼາກຫຼາຍວົງ ເປັນຄ້າຍເພງທີ່ມີເພງມ່ວນ ແລະ ຕິດອັນດັບຫຼາກຫຼາຍເພງ
.
ມີທັງເປັນວົງ, ຮ້ອງດ່ຽວ, ທັງຍິງຊາຍຫຼາກຫຼາຍອີ່ຫຼີ ແລະ ແຕ່ລະເພງນີ້ກະຄຸ້ນຫູ ຕິດປາກໄວໜຸ່ມຍຸກນັ້ນຫຼາຍເລີຍແຫຼະ
ເມື່ອກ່ອນ
ຫຼ້າສຸດ ສາວ ມິລ້າ ຫຼື ຈາມິລ້າ ເຈົ້າຂອງສຽງເພງ ປາກດີຂີ້ເຫງົາ, Loving u, ຢາກເກີດມາເປັນຜູ້ຊາຍ, ຮັກນະແກ ແຄ່ນີ້ຈົບ… ມາທ່ຽວທີ່ວັງວຽງ ປະເທດລາວ ຫຼັງຈາກທີ່ຫາຍໜ້າຫາຍຕາ ພັກເລື່ອງຮ້ອງເພງ ເພື່ອໄປຮຽນຕໍ່ທີ່ປະເທດອາເມລິກາ
.
.
ບອກເລີຍວ່າໃຫຍ່ເປັນສາວແລ້ວ ງາມຂຶ້ນຫຼາຍໆ ປັດຈຸບັນ ມິລ້າ ອາຍຸ 25 ປີ, ເປັນລູກຊອດ ໄທ ອີຕາລີ
.
ຈາກ: ຊຸບຊິບບັນເທີງ