
ໃຜກໍທ່ຽວລາວເມືອງມໍລະດົກໂລກ ອ໊ອບ ປອງສັກ ຄວງແຟນທ່ຽວຫຼວງພະບາງຢ່າງໜ້າອິດສາ
18th December 2019ນັບວ່າໄລຍະນີ້ເປັນຊ່ວງຮາຍຊີຊັນ ໄລຍະທີ່ມີນັກທ່ອງທ່ຽວຫຼາຍເປັນພິເສດເພາະ ມີຫຼາຍໆເທດສະການ ໂດຍສະເພາະໃນໄລຍະທ້າຍໆປີແບບນີ້ມາທ່ຽວບ້ານເຮົາ ອາກາດກຳລັງດີ ບໍ່ຮ້ອນ ຫຼື ໜາວເກີນໄປ ແຂກສາມາດຊົມຄວາມສວຍງາມຕ່າງໆຂອງທໍາມະຊາດ ໄດ້ຢ່າງສະບາຍຈິ່ງບໍ່ແປກທີ່ຈະມີຄົນມາຫຼາຍ ແລະການມາຂອງແຂກນັ້ນຈະໜ້າຕື່ນເຕັ້ນຫຼາຍຂຶ້ນຖ້າເປັນບຸກຄົນທີ່ສັງຄົມຮູ້ຈັກຫຼາຍຕົວຢ່າງຄືດາລາ!
ໂດຍສະເພາະແມ່ນເມືອງມໍລະດົກໂລກ ແຂວງຫຼວງພະບາງຂອງລາວເຮົາ ທີ່ມີຫຼາຍໆສິ່ງທີ່ໜ້າສົນໃນ, ບໍ່ວ່າຈະເປັນການດໍາລົງຊີວິດຂອງຊາວຫຼວງພະບາງ ວັດທະນະທໍາ ຮີດຄອງປະເພນີ ສະຖານທີ່ທ່ອງທ່ຽວທີ່ສວຍງາມຫຼາຍແຫ່ງ ອັນເປັນມົນສະເໜ່ເຮັດໃຫ້ດຶງດູດນັກທ່ອງທ່ຽວໃຫ້ໄປທີ່ນັ້ນ.
ຫຼ້າສຸດນີ້ໜຸ່ມ ອ໋ອບ ປອງສັກ ດາລານັກຮ້ອງທີ່ມີນໍ້າສຽງມ່ວນເປັນເອກກະລັກຈາກປະເທດໄທ ຄວງແຂນແຟນໜຸ່ມ ພູມ ມາທ່ອງທ່ຽວເມືອງມໍລະດົກໂລກຫຼວງພະບາງ ພ້ອມກັບມາຖ່າຍທໍາລາຍການທີ່ນັ້ນ ຖືໂອກາດພັກຜ່ອນນຳ.
.
ໃນລາຍການທ່ອງທ່ຽວ “2gether” ໃຫ້ແຟນໆຊາວລາວ ແລະ ຊາວໄທ ໄດ້ຕິດຕາມກັນ ຜ່ານຊ່ອງຢູທູບ NextCompany official ໂດຍຈະມີທັງ ຫມົດ 8EP ແລະ ພິເສດສຸດ, EP7 ແມ່ນມາຖ່າຍທຳທີ່ເມືອງມໍລະດົກໂລກ ຫຼວງພະບາງ ກັບພາລະກິດ ສະໂລໄລ ຕັກບາດເຂົ້າໜຽວ, ຊົມຄວາມງາມຕາເວັນລັບຂອບຟ້າທີ່ແຄມແມ່ນໍ້າຂອງ.
ອ໋ອບ ໄດ້ເປິດເຜີຍຜ່ານໄອຈີສ່ວນໂຕວ່າ ການມາຫຼວງພະບາງຄັ້ງນີ້ ມີຫຼາຍຢ່າງທີ່ປະທັບໃຈ ໂດຍສະເພາະ ການນັ່ງເຮືອກິນເຂົ້າແລງ ເບິ່ງຕາເວັນຕົກດິນກາງແມ່ນໍ້າຂອງ…