ຕຳນານຂອງພະເຈົ້າຟ້າງຸ່ມມະຫາລາດ ທີ່ທ່າຄວນຮູ້

ຕຳນານຂອງພະເຈົ້າຟ້າງຸ່ມມະຫາລາດ ທີ່ທ່າຄວນຮູ້

16th December 2019 0 By Admin

ຫຼັງຈາກທີ່ພະນາງເຈົ້າ ແກ້ວເກັງຍາໄດ້ອັນເຊີນພຣະບາງມາເຖິງເມືອງວຽງຄຳແລ້ວ ກໍ່ໄດ້ມີການສົມໂພດສະເຫຼີມສະຫຼອງຈົນຄົບສາມມື້ສາມຄືນ ຄັນຄົບຖ້ວນແລ້ວກໍອັນເຊີນພະບາງຂຶ້ນໄປເມືອງຊຽງທອງ ຄົນສຳຫລັບຫາມພະບາງມາແຕ່ກ່ອນໜ້ານັ້ນແມ່ນຫາມເທື່ອລະ 8 ຄົນ ແຕ່ໃນມື້ທີ່ຈະອັນເຊີນໄປເມືອງຊຽງທອງນັ້ນ 8 ຄົນຫາມບໍ່ຂຶ້ນ.

ພະເຖລະເຈົ້າຈິ່ງຈັດຄົນເຂົ້າຫາມຕື່ມເປັນ 16 ແລະ ເຖິງ 22 ຄົນກໍ່ຍັງຫາມບໍ່ຂຶ້ນ ພວກນັກປາດທັງຫຼາຍທີ່ຮັກສາພຣະບາງມານັ້ນ ເປັນອັດສະຈັນ ຈິ່ງໃຫ້ຈັບສະລາກສ່ຽງເບິ່ງ ໃນສະລາກນັ້ນອອກວ່າ ເທບພະເຈົ້າຜູ້ຮັກສາພຣະບາງ ມີຄວາມປະສົງຈະໃຫ້ພຣະບາງນີ້ ສະຖິດຢູ່ວຽງຄຳນີ້ກ່ອນ ພຣະມະຫາເຖລະເຈົ້າ ໄດ້ຊາບເຈດຕະນາຂອງເທບພະຍາດາດັ່ງນັ້ນ ກໍພາບໍລິວານຂຶ້ນໄປເມືອງຊຽງທອງ ໂດຍທາງບົກ ຄັນເຖິງກໍເຂົ້າໄປຖວາຍພະພອນແດ່ພະເຈົ້າຟ້າງຸ່ມ ໃຫ້ຊົງຊາບທຸກປະການ.

ພະເຈົ້າຟ້າງຸ່ມພ້ອມດ້ວຍອັກຄະລະມະເຫສີ ຈິ່ງນິມົນພຣະມະຫາປາສະມັນ ໃຫ້ໄປຕັ້ງອາລາມຢູ່ເໜືອປາກຫ້ວຍໂຮບ ຈິ່ງເອີ້ນວ່າວັດປາສະມັນມາຈົນເຖິງທຸກວັນນີ້ ແລະ ໜໍ່ພະສີມະຫາໂພທິ ກໍຊົງພະກາລຸນາປູກໄວ້ໃນອາຮາມນັ້ນ

ແຕ່ນັ້ນມາ ພຣະມະຫາເຖລະ ກໍໄດ້ແນະນຳສັ່ງສອນປະຊາຊົນຊາວລາວ ໃຫ້ນັບຖືພຸດທະສາສນາ ໂດຍມີ ພະນາງ ແກ້ວເກັງຍາ ເປັນອັກຄະລະສາສນູປະຖຳພິກາ ພະພຸດທະສາສນາຈິ່ງໄດ້ຕັ້ງໝັ້ນລົງໃນປະເທດລ້ານຊ້າງຕັ້ງແຕ່ນັ້ນມາເຖິງປີ ຄ.ສ 1361 ( ພ.ສ 1904 ) ເຈົ້າຟ້າງຸ້ມມະຫາລາດ ໄດ້ຍົກລິພົນໂຍທາ ໄປຕີເອົາເມືອງຜາ ແລະ ເມືອງເຫຼືອກ ອັນເປັນເມືອງຂອງພວກຂ້າກັນຮາງ ໄດ້ສອງເມືອງ

ແຕ່ນັ້ນມາອານາເຂດພະລາດຊະອານາຈັກລາວ ກໍແຜ່ກວ້າງໄປທົ່ວທຸກທິດ ເຈົ້າແຜ່ນດິນນາໆປະເທດທີ່ຢູ່ໄກ້ຖັດ ມີຄວາມຢ້ານກົວພະເດຊານຸພາບຂອງພະເຈົ້າຟ້າງຸ່ມເປັນອັນມາກ ກໍພາກັນສົ່ງພະຣາດຊະບັນນາການ ມາຖະຫວາຍບໍ່ໄດ້ຂາດ ລາດຊະອານາເຂດປະເທດລາວໃນຄາວນັ້ນ ທິດຕາເວັນອອກຕິດຕໍ່ກັບປະເທດຫວຽດ ຕາມສັນພູແບ່ງນໍ້າ ທາງທິດອາຄະເນຕິດຕໍ່ດິນຈາມ ແລະ ແດນຂະເມນຕັ້ງແຕ່ລີ່ຜີຂຶ້ນມາ, ທາງທິດທັກຂິນ ແລະ ທິດຫໍລະດີ ຕໍ່ແດນກຸງສີອະຍຸດທະຍາ

ນັບແຕ່ສາຍດົງພະຍາໄຟ ໄປເຖິງເມືອງນະຄອນໄທ. ທາງທິດປັດສິມ ຕໍ່ແດນປະເທດລ້ານນາ ນັບຕັ້ງແຕ່ເມືອງຜາໄດລົງມາ, ທາງທິດອຸດອນ ຕິດກັບປະເທດຈີນ ນັບຕັ້ງແຕ່ເມືອງບຸນໃຕ້ບູນເໜືອລົງມາ.

ເຈົ້າຟ້າງຸ່ມມະຫາລາດ ຊົງສະເຫວີຍລາດຊະສົມບັດຢູ່ນະຄອນຊຽງທອງ ພະອົງມີພະລາຊະໂອລົດ ພະລາດຊະທິດາປະສູດຈາກພະນາງ ແກ້ວ ເກັງຍາ ອັກຄະລະມະເຫສີລວມ 3 ພະອົງຄື: ທ້າວ ອຸ່ນເມືອງ 1, ທ້າວ ຄໍາກອງ 1, ນາງແກ້ວເກດສີ 1.

ເຖິງປີ ຄ.ສ 1368 ( ພ.ສ 1911 ) ສົມເດັດພະນາງ ແກ້ວ ເກັງຍາ ອັກຄະລະມະເຫສີ ກໍຊີ້ນພະຊົນ ແຕ່ນັ້ນມາ ພະອົງບໍ່ຄ່ອຍເອົາໃຈໃສ່ວຽກບ້ານການເມືອງເໝືອນແຕ່ກ່ອນ ການປົກຄອງຝ່າຍໃນ ແລະ ພະລາດຊະວັງ ພະອົງໄດ້ມອບໃຫ້ແສນເມືອງ ແລະ ພວກທ້າວຂຸນເປັນຜູ້ເບິ່ງແຍງ ຄາວນັ້ນຈິ່ງເກີດມີອຳນາດ ທຸຈະລິດຜູ້ຫນຶ່ງຊື່ວ່າ ” ກວານມືຊາ ” ໄດ້ຮັບພະລາດຊະອາດຍາ ໃຫ້ເປັນຜູ້ເກັບສວຍຈາກພົນລະເມືອງ ກວານມືຊາ ໄດ້ເກັບເອົາເກີນກຳນົດ ໂດຍອ້າງວ່າເປັນພະລາດຊະອາດຍາສັ່ງ

ຂໍ້ນີ້ເປັນເຫດໃຫ້ພົນລະເມືອງໄດ້ຮັບຄວາມເດືອດຮ້ອນປະການຫນຶ່ງ, ບັນດາເສນາຂ້າລາດຊະການທັງຫຼາຍທີ່ເປັນຂ້ອຍເກົ່າຂອງພະອົງ ຊຶ່ງໄດ້ຕາມພະອົງໄປຢູ່ປະເທດຂະເມນນຳກັນນັ້ນ ໄດ້ຮັບຕຳແໜ່ງເປັນເຈົ້າກວານເຈົ້າຫໍ. ພວກເຈົ້າກວານເຈົ້າຫໍເຫຼົ່ານັ້ນ ພາກັນຮຽກຮ້ອງເອົາເບ້ຍບັດເງິນຂັນຫຼາຍກວ່າເຈົ້າກວານເຈົ້າຫໍແຕ່ກ່ອນ ເປັນການຜິດກະບິນເມືອງ ພວກເສນາຂ້າລາດຊະການເກົ່າທັງຫຼາຍ ກໍມີຄວາມໂທມະນັດຂັດເຄືອງໃຈ.

ປະການຫນຶ່ງ ພວກເສນາຂ້າລາດຊະການເກົ່າຂອງພະລາດຊະບິດາ ຖ້າມີຜູ້ຟ້ອງວ່າທຳຜິດແຕ່ເລັກໜ້ອຍ ພະອົງກໍຕັດສັ່ງລົງໂທດເປັນອັນໜັກ ສ່ວນເສນາຂ້າໃຊ້ທີ່ໄດ້ຕິດຕາມພະອົງໄປນັ້ນ ແທ່ນທຳຜິດ ພະອົງກໍ່ບໍ່ໄດ້ລົງໂທດ.

ເຫດນັ້ນ ພໍເຖິງ ປີຄ.ສ 1371 ( ພ.ສ 1915 ) ພວກເສນາອາມາດປະຊາດາຊະດອນທັງຫຼາຍ ຈິ່ງບັງຄັບໃຫ້ພະອົງສະລະລາດຊະສົມບັດ ແລ້ວເນລະເທດພະອົງໃຫ້ໄປຢູ່ເມືອງນ່ານ ຢູ່ທີ່ນັ້ນໄດ້ສອງປີ ກໍສະເດັດສະຫວັນນະຄົດ ( ຄ.ສ 1373 ) ເມື່ອພະຊົນຂອງພະອົງໄດ້ 57 ປີ. ເຈົ້າເມືອງນະຄອນນ່ານ ຈິ່ງສ້າງວັດກວມອັດຖິທາດຂອງພະອົງໄວ້ວັດຫນຶ່ງ ໃສ່ຊື່ວ່າ ວັດຊຽງງາມ ຢູ່ນະຄອນນ່ານ.

ທີ່ມາ: ລາວ News