
ອີກແລ້ວ! ພົບໝຸ່ມໃຫຍ່ ແຂວນຄໍເສຍຊີວິດຄາຫ້ອງນອນ ທີ່ບ້ານບຶງຂະຫຍອງ
15th December 2019ລາຍງານຈາກ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ໃນວັນທີ 15 ທັນວາ 2019 ວ່າ ໃນເວລາ10:00ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວໄດ້ຮັບແຈ້ງເຫດວ່າມີຄົນແຂວນຄໍເສຍຊີວິດີຢູ່ທີ່ບ້ານບຶງຂະຫຍອງ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ.
*
*
ພໍໜ່ວຍກູ້ໄພອອກກວດສອບເຫດພົບວ່າຜູ້ເສຍຊີວິດເປັນເພດຊາຍ ອາຍຸ 45 ປີ ແຂວນຄໍຕົວເອງ ເສຍຊີວິດແລ້ວ. ສ່ວນສົບສົບຂອງຜູ້ກ່ຽວແມ່ນໄດ້ນຳສົ່ງໄປທີ່ວັດສາລາແດງເພື່ອທຳພິທີທາງສາສະໜາ. ສ່ວນສາເຫດ ແລະ ແຮງຈູງໃຈ ຍັງບໍ່ທັນຊາບ (ຖ້າມມີຄວາມຄືບໜ້າ ແອັດຈະມາແນຳນຳໃຫ້ທ່ານ ຊາບຕາມຫຼັງ)
ຢ່າງໃດກໍ່ຕາມ, ຂໍສະແດງຄວາມເສຍໃຈກັບຍາດພີ່ນ້ອງຂອງຜູ້ເສຍຊີວິດໃນຄັ້ງນີ້ດ້ວຍ ແລະ ຂໍໃຫ້ດວງວິນຍານໄປສູ່ພົບພູມທີ່ດີດ້ວຍເທີນ
*
*