
ລົດຂົນຊີມັງເຄາະຮ້າຍ! ຢາງໜ້າແຕກ ປີ້ນລົງຮ່ອງ ຜູ້ຂັບບາດເຈັບສາຫັດ
10th December 2019ຜູ້ທີ່ໃຊ້ລົດໃຊ້ຖະໜົນທັງຫຼາຍ ຈົ່ງລະມັດລະວັງຂັບຂີ່ລົດ ດ້ວຍຄວາມບໍ່ປະໝາດ. ທັງນີ້, ກໍ່ເພື່ອປ້ອງກັນຕົນເອງຈາກການເກີດອຸບັດຕິເຫດ ແລະ ທີ່ສຳຄັນອີກຢ່າງໜຶ່ງ ບັນດານັກຂັບຂີ່ຂົນສົ່ງທັງຫຼາຍ ຈົ່ງມີສະຕິລະມັດລະວັງສູງ ໃນການນຳໃຊ້ຍານພາຫະນະ ກ່ອນເດີນທາງຄວນກວດສອບລົດ ກ່ອນອອກໄປເຮັດວຽກສະເໝີ ເພື່ອຫຼີກລ່ຽງການເກີດອຸບັດຕິເຫດຕາມທ້ອງຖະໜົນ ຖ້າບໍ່ດັ່ງນັ້ນ, ອາດຈະເປັນດັ່ງເຫດການຕໍ່ໄປນີ້ ທີ່ເມືອງນອງ ແຂວງ ສະຫວັນນະເຂດ.
*
ໃນ ວັນທີ 10 ທັນວາ 2019 ເວລາປະມານ 15:30 ນາທີ, ລົດຂົນສົງຊີມັງເພື່ອຈະໄປກໍ່ສ້າງເຂື່ອນໄຟຟ້າເຊລະນອງ1ປີ້ນ ຢູ່ໂຄ້ງຫວຍພໍ່ ເສັ້ນທາງບ້ານດົງເມືອງນອງ ເຮັດໃຫ້ຄົນຂັບບາດເຈັບສາຫັດ. ເຈົ້າໜ້າທີ່ໄດ້ນຳສົ່ງຜູ້ກ່ຽວໄປໂຮງໜໍເມືອງເຊໂປນ. ສາເຫດຢາງໜ້າແຕກ.
ຢ່າງໃດກໍ່ຕາມ ທິມງານຄຳຄົມສອນໃຈ ຂໍໃຫ້ໂຊເຟີລົດ ຈົ່ງປອດໄພ ແລະ ຫາຍເປັນປົກກະຕິໂດຍໄວໆເດີ້!!